ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບ ໂຄງການກໍ່ສ້າງສາງຕົວແບບຢູ່ສາງ ອ5 ລະຫວ່າງ ກົມຄຸ້ມຄອງອາ
ວຸດ-ກະສຸນ ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ກົມຢຸດໂທ ກົມໃຫຍ່ເຕັກ
ນິກກອງທັບປະຊາຊົນຫວຽດນາມ


    ພິທີມອບ-ຮັບໂຄງການກໍ່ສ້າງສາງຕົວແບບຢູ່ສາງ ອ5 ລະຫວ່າງ ກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ແລະ ກົມໃຫຍ່ເຕັກນິກກອງທັບປະ
ຊາຊົນຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 20 ກໍລະກົດ 2023 ນີ້ ໂດຍການເຂົ້າຮ່ວມເປັນປະທານ ຝ່າຍລາວ ນໍາໂດຍ ສະຫາຍ ພົນຕີ ປະສິດ ທ່ຽງ
ທໍາ, ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ, ຄະນະ
ພັກກະຊວງ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ, ມີກົມເສນາເຕັກນິກ, ກົມຄຸ້ມຄອງອາວຸດ-ກະສຸນ, ຫ້ອງການກົມໃຫຍ່ເຕັກນິກ,
ກົມກໍ່ສ້າງ-ຄຸ້ມຄອງຊັບສິນ, ກົມໃຫຍ່ພະລາທິການ, ກອງພັນໃຫຍ່ 702, ກອງພັນໃຫຍ່ 643 ແລະ ຄະນະພັກ-ຄະນະບັນຊາ ສາງ ອ5 ຕະຫຼອດ
ຮອດພະນັກງານ-ນັກຮົບ ພ້ອມດ້ວຍວິຊາການກ່ຽວຂ້ອງ. ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນຈັດຕະວາ ຮາຕ້ວນກົ່ວນ (Hà Tuấn Quân)
ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ, ມີສະຫາຍ ພັນເອກ ຫວໍ້ວັ່ນທົງ (Võ Văn Thồng) ທີ່ປຶກສາທູດປ້ອງກັນຊາດກະ
ຊວງປ້ອງກັນປະເທດຫວຽດນາມ, ມີກົມອາວຸດຍຸດໂທປະກອນ, ກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ, ກຸ່ມບໍລິສັດແທງອ່ານ ແມ່ທັບ11
ກອງທັບປະຊາຊົນຫວຽດນາມ ແລະ ມີບັນບັນດາວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂຄງການກໍ່ສ້າງ ສາງເກັບມ້ຽນອາວຸດ ສາງຕົວແບບ ນີ້ແມ່ນເປັນໂຄງການຊ່ວຍເຫຼືອລ້າຈາກກະຊວງປ້ອງກັນປະເທດຫວຽດນາມ ໃນເນື້ອທີ່
350 ຕາແມັດ, ດ້ວຍມູນຄ່າການກໍ່ສ້າງທັງໜົດ 11 ຕື້ດົ່ງ, ເຊິ່ງແມ່ນກຸ່ມບໍລິສັດແທງອ່ານ ແມ່ທັບ 11 ເປັນຜູ້ຮັບເໝົາກໍ່ສ້າງ ໂດຍເລີ່ມການກໍ່
ສ້າງຕັ້ງແຕ່ເດືອນ 5/2022 ເປັນຕົ້ນມາ, ໃນໄລຍະຈັດຕັ້ງປະຕິບັດໂຄງການ ພາຍໃຕ້ການຊີ້ນຳຂອງເຈົ້າຂອງໂຄງການ ໄດ້ສົມທົບກັນຢ່າງຕັ້ງໜ້າ
ກັບບັນດາກົມກອງທີ່ເຂົ້າຮ່ວມໂຄງການ ເພື່ອດໍາເນີນການກໍ່ສ້າງຕາມແຜນການ. ໃນໄລຍະກໍ່ສ້າງ ກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ຊີ້ນຳ ຂອງການ
ນໍາ ກະຊວງປ້ອງກັນປະເທດ, ການນຳກົມໃຫຍ່ເຕັກນິກ, ການນຳກົມຍຸດໂທ ສອງຊາດ ແລະ ການປະສານງານຢ່າງເປັນປົກກະຕິ ຂອງກົມກອງທີ່ປຶກ
ສາ ແລະ ສາງ ອ5, ການຄຸ້ມຄອງດ້ານຄຸນນະພາບ ໄດ້ປະຕິບັດຢ່າງເຂັ້ມງວດ ຕາມລະບຽບການໃນປັດຈຸບັນ, ການກໍ່ສ້າງແມ່ນດໍາເນີນໄປຕາມ
ເອກະສານການອອກແບບທີ່ໄດ້ອະນຸມັດ, ວຽກງານຮັບປະກັນຄວາມປອດໄພໃນການກໍ່ສ້າງໄດ້ຮັບການຮັກສາຢ່າງເຂັ້ມງວດ ແຕ່ຕົ້ນຈົນຮອດສຳ
ເລັດການກໍ່ສ້າງ, ກໍ່ສ້າງໂຄງການໄດ້ຮັບປະກັນຄວາມປອດໄພຢ່າງແທ້ຈິງ. ສະຫາຍ ພົນຈັດຕະວາ ຮາຕ້ວນກົ່ວນ (Hà Tuấn Quân) ຮອງຫົວ
ໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນຫວຽດນາມ ໄດ້ຂຶ້ນມີຄໍາເຫັນກ່າວມອບ ເຊິ່ງສະຫາຍໄດ້ກ່າວວ່າ ໂຄງການກໍ່ສ້າງ ສາງຕົວແບບນີ້ ແມ່ນ
ເປັນ ຂອງ ຂັວນຈາກກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ ເພື່ອຮັບໃຊ້ບັນດາພາລະກິດໃນການເກັບມ້ຽນ
ອາວຸດຍຸດໂທປະກອນເຕັກນິກຕ່າງໆ ໃຫ້ແກ່ກອງທັບລາວ, ເພື່ອສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບອັນດີງາມຂອງສອງປະເທດ, ສອງກອງ
ທັບຫວຽດນາມ - ລາວ, ໂດຍສະເພາະແມ່ນເພື່ອໃຫ້ຂະແໜງການທະຫານຂອງສອງປະເທດສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ, ຊ່ວຍເຫຼືອເຊິ່ງກັນ
ແລະ ກັນໃນດ້ານການຮັບປະກັນດ້ານເຕັກນິກ ແລະ ຄວາມຊຳນານດ້ານອາວຸດຍຸດໂທປະກອນ, ປະກອບສ່ວນກໍ່ສ້າງກອງທັບຂອງແຕ່ລະປະເທດ
ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ປົກປັກຮັກສາເອກະລາດ ແລະ ອຳນາດອະທິປະໄຕ ຂອງປະເທດ ຢ່າງໝັ້ນຄົງ, ເຫດການສຳຄັນນີ້ ແມ່ນຂີດໝາຍ
ການພັດທະນາການ ຮ່ວມມືດ້ານການປ້ອງກັນຊາດ ລະຫວ່າງຂະແໜງເຕັກນິກການທະຫານ ຂອງສອງປະເທດ, ພ້ອມກັນນັ້ນ ກໍເປັນການສະແດງ
ໃຫ້ເຫັນ ເຖິງ ຮີດຄອງປະເພນີ, ມິດຕະພາບທີ່ຊື່ສັດ ແລະ ບໍລິສຸດຂອງສອງພັກ, ສອງລັດ, ສອງຊົນເຜົ່າ ແລະ ກອງທັບ, ສອງປະເທດຫວຽດນາມ-ລາວ
ໃຫ້ຫຼາຍກວ່າສະຕະວັດທີ່ຜ່ານມາ. ການກໍ່ສ້າງໂຄງການດັ່ງກ່າວນີ້ ມາເຖິງປະຈຸບັນໄດ້ສໍາເລັດຕາມແຜນການ ຈຶ່ງຂໍມອບສາງຕົວແບບດັ່ງກ່າວນີ້ ໃຫ້
ກົມໃຫຍ່ເຕັກນິກກອງ ທັບປະຊາຊົນລາວຄຸ້ມຄອງນຳໃຊ້.

     ຈາກນັ້ນ, ສະຫາຍພົນຈັດຕະວາ ຄອນສະຫວັນ ມິ່ງຈຳປາບານ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ ກໍ່ໄດ້ຕາງໜ້າໃຫ້ກົມ
ໃຫຍ່ເຕັກນິກກອງທັບປະຊາຊົນລາວຂຶ້ນມີຄໍາເຫັນກ່າວຮັບ ແລະ ທັງສອງຝ່າຍກໍ່ໄດ້ຂຶ້ນລົງນາມເຊັນບົດບັນທຶກການມອບ-ຮັບຢ່າງເປັນທາງການ.

     ໂອກາດດັ່ງກ່າວນີ້, ສະຫາຍພົນຕີ ປະສິດ ທ່ຽງທໍາ, ຫົວໜ້າກົມໃຫຍ່ເຕັກນິກກອງທັບກໍ່ໄດ້ມີຄຳເຫັນສະແດງຄວາມຂອບໃຈຢ່າງລຶກຊຶ່ງບາງ
ຕອນ ສະຫາຍໄດ້ກ່າວວ່າ: ສອງຊາດລາວ-ຫວຽດນາມ ໄດ້ມີມູນເຊື້ອສາມັກຄີຮັກແພງ, ອູ້ມຊູຊ່ວຍເຫຼືອຊຶ່ງກັນແລະກັນມາແຕ່ດຶກດໍາບັນ, ບໍ່ວ່າ
ຈະເປັນສະໄໝສົງຄາມຕໍ່ສູ້ກູ້ຊາດ, ກໍຄືສະໄໝ ສັນຕິພາບ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອັນໄດ້ເຮັດໃຫ້ສາຍພົວພັນມິດຕະ
ພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງຊາດ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຍິ່ງໆຂຶ້ນ. ກອງທັບປະຊາຊົນຫວຽດ
ນາມເວລາໃດກໍເປັນຫ່ວງເປັນໄຍ ແລະ ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ຕະຫຼອດມາ, ກອງທັບປະຊາຊົນລາວ ກໍຄືກົມຄຸ້ມຄອງອາວຸດ-ກະ
ສຸນ ກໍໄດ້ມອບ-ຮັບສາງຕົວຢ່າງທີ່ກໍ່ສ້າງສໍາເລັດ ຈາກກົມຍຸດໂທ ກົມໃຫຍ່ເຕັກນິກ ກອງທັບປະຊາຊົນຫວຽດນາມ ຊຶ່ງເປັນສາງທີ່ໄດ້ຮັບການອອກ
ແບບ ແລະ ກໍ່ສ້າງໄດ້ມາດຕະຖານສໍາລັບເກັບມ້ຽນອາວຸດ-ກະສຸນ. ນີ້ແມ່ນຂອງຂວັນອັນລໍ້າຄ່າທີ່ສຸດສໍາລັບຂະແໜງການເຕັກນິກອາວຸດຍຸດໂທປະ
ກອນ ກອງທັບປະຊາຊົນລາວພວກເຮົາ, ການຊ່ວຍເຫຼືອກໍ່ສ້າງສາງຕົວຢ່າງເກັບມ້ຽນກະສຸນໃນຄັ້ງນີ້ ມັນໄດ້ປະກອບສ່ວນອັນສໍາຄັນ ໃນການພັດທະ
ນາກໍ່ສ້າງພື້ນຖານໂຄງລ່າງລະບົບສາງຄັງເກັບມ້ຽນກະສຸນ ຂອງກອງທັບປະຊາຊົນລາວ ເພື່ອຮັບປະກັນການເກັບມ້ຽນຮັກສາບັນດາກະສຸນໃຫ້ມີຄຸນ
ນະພາບດີ ແລະ ມີຄວາມປອດໄພ, ກອງທັບປະຊາຊົນລາວ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບອົກຂອບໃຈຢ່າງສູງ ຕໍ່ການຊ່ວຍເຫຼືອກໍ່ສ້າງສາງ
ຕົວຢ່າງໃຫ້ພວກເຮົາໃນຄັ້ງນີ້ຢ່າງສຸດອົກສຸດໃຈ. ຈາກນັ້ນ, ຄະນະທັງສອງຝ່າຍກໍ່ໄດ້ພ້ອມກັນລົງໄປຕັດແຄບພ້າເປີດນຳໃຊ້ສາງຢ່າງເປັນທາງການ
ແລະ ພ້ອມກັນເຂົ້າຢ້ຽມຊົມພາຍໃນສາງ ແລະ ໄດ້ມາປູກຕົ້ນໄມ້ ຢູ່ຂ້າງສະໂມສອນສາງ ອ5 ຮ່ວມກັນ.


ວັນທີ 25/07/2023